ປະກາດຮັບສະໝັກພະນັກງານ "ດ້ານບໍລິຫານ ຈໍານວນ 01 ຕໍາແໜ່ງ"
ໂພສເມື່ອ 5 months ago
1. ພະນັກງານ ການເງິນ 01 ຕໍາແໜ່ງ
• ໜ້າທີ່ຮັບຜິດຊອບ:
– ຄຸ້ມຄອງບໍລິຫານຄັງເງິນສົດຂອງບໍລິສັດ ແລະ ບັນທຶກຕິດຕາມບັນດາລາຍການທີ່ເກີດຂື້ນ;
– ສ້າງເອກະສານການເບີກຈ່າຍໃຫ້ພາກສ່ວນກ່ຽວຂ້ອງຂອງບໍລິສັດ;
– ສ້າງເອກະສານຮຽກເກັບເງິນນຳບັນດາຂະແໜງການ ແລະ ຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງຂອງບໍລິສັດ;
– ເກັບກຳບັນດາເອກະສານການເບີກຈ່າຍຂອງບໍລິສັດ;
– ສະຫຼຸບລາຍງານບັນດາປຶ້ມຕິດຕາມເງິນສົດ, ເງິນຝາກທະນາຄານ ປະຈຳເດືອນ, ປະຈຳໄຕມາດ ແລະ ປະຈຳປີ ໃຫ້ກັບບໍລິສັດ;
– ສ້າງລາຍການໂອນ-ຊຳລະ ລາຍຈ່າຍທີ່ເກີດຂື້ນພາຍໃນບໍລິສັດ;
– ສ້າງແຜນລາຍຮັບ-ລາຍຈ່າຍ ປະຈຳໄຕມາດ ແລະ ປະຈຳປີ ຂອງບໍລິສັດ;
– ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຄະນະພະແນກ ແລະ ຄະນະອຳນວຍການ.
• ເງື່ອນໄຂຜູ້ສະໝັກ:
– ເພດຍິງ ຫຼື ຊາຍ ອາຍຸ 25 - 35 ປີ
– ຈົບປະລີນຍາຕີຂື້ນໄປ (ສາຂາການເງິນ-ການບັນຊີ ຫຼື ສາຂາອື່ນທີ່ກ່ຽວຂ້ອງ);
– ຄະແນນສະເລ່ຍ 3.00 ຂຶ້ນໄປ;
– ມີຄວາມຮັບຜິດຊອບສູງຕໍ່ໜ້າວຽກຂອງຕົນ;
– ມີຄວາມຫ້າວຫັນຕໍ່ໜ້າທີ່ຮັບຜິດຊອບ;
– ມີຄວາມສາມາດສື່ສານພາສາອັງກິດໄດ້ໃນລະດັບດີ ໂດຍສະເພາະສັບທາງດ້ານການເງິນ-ການບັນຊີ;
– ມີທັກສະໃນການສື່ສານ ແລະ ສາມາດເຮັດວຽກເປັນທີມໄດ້;
– ມີມະນຸດສຳພັນທີ່ດີ, ອົດທົນ, ແລະ ສາມາດເຮັດວຽກລ່ວງເວລາໄດ້;
– ມີປະສົບການໃນການເຮັດວຽກດ້ານການເງິນຢ່າງໜ້ອຍ 02 ປີ ຈະພິຈາລະນາເປັນພິເສດ.
ເອກະສານຍື່ນສະໝັກງານປະກອບມີ:
1. ຮູບ 3x4 ຈຳນວນ 02 ໃບ (ພື້ນຟ້າ ຫຼື ພື້ນຂາວ);
2. ໃບຢັ້ງຢືນທີ່ຢູ່ຕິດຮູບ (ບໍ່ເກີນ 03 ເດືອນ) ສະບັບແທ້;
3. ສຳເນົາໃບປະກາຊະນີຍະບັດ, ໃບຄະແນນ ແລະ ໃບຜ່ານງານ (ຖ້າມີ);
4. ສຳເນົາບັດປະຈຳຕົວ ຫຼື ສຳມະໂນຄົວ;
5. ຊີວະປະຫວັດຫຍໍ້ (ຂຽນດ້ວຍຕົນເອງ);
6. ແບບຟອມສະໝັກວຽກຂອງບໍລິສັດ, ສາມາດດາວໂຫຼດແບບຟອມໄດ້ທີ່ Download Form;
7. ເອກະສານອື່ນ ທີ່ຈຳເປັນຈະຮຽກເກັບຕາມພາຍຫຼັງ.
ເວລາເຂົ້າມາຍື່ນເອກະສານຕ້ອງເອົາເອກະສານກ່ຽວຂ້ອງທີ່ເປັນສະບັບແທ້ເພື່ອມາຢັ້ງຢືນ ເຊັ່ນ: ໃບປະກາຊະນີຍະບັດ, ໃບຄະແນນ, ໃບຜ່ານງານ, ບັດປະຈຳຕົວ ຫຼື ສຳມະໂນຄົວ ແລະ ເອກະສານອື່ນໆ (ຖ້າມີ).
(ໝາຍເຫດ: ເອກະສານທີ່ມາຍື່ນ ທາງບໍລິສັດຈະບໍ່ສົ່ງຄືນ)
ທ່ານໃດສົນໃຈສາມາດຍື່ນເອກະສານໄດ້ດ້ວຍຕົນເອງທີ່ ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ (LAPNet) ສຳນັກງານຕັ້ງຢູ່ “ຊັ້ນ 05 ຕຶກສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ” ບ້ານ ໂພນສະອາດ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ ໃນໂມງລັດຖະການ.
- ເລີ່ມເປີດຮັບເອກະສານແຕ່ວັນທີ 14 ທັນວາ 2021 ປິດຮັບເອກະສານ ວັນທີ 31 ມັງກອນ 2022;
- ສຳລັບຜູ້ທີ່ຢູ່ຕ່າງແຂວງ ຫຼື ຜູ້ທີ່ບໍ່ສະດວກເຂົ້າມາຍື່ນໃບສະໝັກດ້ວຍຕົນເອງແມ່ນສາມາດສົ່ງເອກະສານທັງໝົດມາຍັງອີເມວ info@lapnet.com.la, ສ່ວນມື້ສອບເສັງ ຫຼື ມື້ທີ່ມາເອົາໃບເຂົ້າຫ້ອງເສັງຕ້ອງຖືເອກະສານທັງໝົດເຂົ້າມານຳ. ສຳລັບຜູ້ທີ່ມາຈາກຕ່າງແຂວງ ທາງບໍລິສັດບໍ່ມີນະໂຍບາຍທີ່ພັກເຊົາໃຫ້ ຊຶ່ງຜູ້ກ່ຽວຕ້ອງກຸ້ມຕົນເອງສຳລັບສະຖານທີ່ພັກເຊົາໃນເວລາເຂົ້າມາສອບເສັງ;
- ໂດຍອີງຕາມສະຖານະການຂອງການລະບາດພະຍາດ ໂຄວິດ-19 ໃນປັດຈຸບັນ, ສຳລັບວັນ ແລະ ເວລາ ໃນການສອບເສັງທາງບໍລິສັດ ຈະໄດ້ມີການແຈ້ງການຕື່ມຕາມພາຍຫຼັງ;
- ສອບຖາມຂໍ້ມູນ ເພີ່ມເຕີມ ໂທ: 021 417915.