ກອງປະຊຸມ ທາບທາມການນຳສະເຫນີ ຂອງທະນາຄານທີ່ມີຄວາມພ້ອມ ແລະ ສະເໜີເປັນທະນາຄານຮັບຊຳລະໃນການ ເຊື່ອມຕໍ່ລະບົບຊຳລະຂ້າມແດນລະຫວ່າງ ສປປ ລາວ ແລະ ສສ.ຫວຽດນາມ
ໂພສເມື່ອ 2 weeks ago
ໃນຕອນເຊົ້າຂອງ ວັນທີ 30 ສິງຫາ 2023, ເວລາ 09:30 – 12:00 ໂມງ
ໄດ້ມີການຈັດກອງປະຊຸມເພື່ອຮັບຟັງ ແລະ ທາບທາມການນຳສະເຫນີ ຂອງທະນາຄານທີ່ມີຄວາມພ້ອມ ແລະ ສະເໜີເປັນທະນາຄານຮັບຊຳລະໃນການ ເຊື່ອມຕໍ່ລະບົບຊຳລະຂ້າມແດນລະຫວ່າງ ສປປ ລາວ ແລະ ສສ.ຫວຽດນາມ ໂດຍມີ 02 ທະນາຄານທີ່ມີຄວາມພ້ອມ ແລະ ສະເໜີເປັນທະນາຄານຮັບຊຳລະຄື: ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ (LVB) ແລະ ທະນາຄານ ຫວຽດຕິນ ລາວ ຈຳກັດ (VTB).
ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ມະໂນລິດ ຊຸມພົນພັກດີ ຮອງຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງ, ປະທານສະພາບໍລິຫານ ບໍລິສັດ LAPNet ພ້ອມດ້ວຍຄະນະຈາກທະນາຄານທີ່ມີຄວາມພ້ອມໃນການເຂົ້າຮ່ວມໂຄງການເຊື່ອມຕໍ່ລະບົບຊຳລະຂ້າມແດນລະຫວ່າງ ສປປ ລາວ ແລະ ສສ.ຫວຽດນາມ 7 ທະນາຄານຄື: BCEL, LDB, APB, JDB, BIC, PSV ແລະ STB.