ພາລະບົດບາດ

ບໍລິສັດ ລາວເນ ເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ (LAPNet) ເຊິ່ງບໍລິສັດ LAPNet ເປັນຜູ້ໃຫ້ບໍລິການລະບົບ ການຊໍາລະທຸລະກໍາຍ່ອຍ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍລະບົບ ການຊໍາລະ. ຊຶ່ງເຮັດໜ້າທີ່ເປັນໂຕກາງໃນການ ເຊື່ອມໂຍງກັບທຸກຂະແໜງການຊຳລະທີ່ເປັນທະນາຄານ, ສະຖາບັນການເງິນ ແລະ ຜູ້ໃຫ້ບໍລິການ ການຊຳລະແຫ່ງດຽວໃນ ສປປ ລາວ;

ເພື່ອອໍານວຍຄວາມສະດວກໃຫ້ລູກຄ້າຂອງບັນດາທະນາຄານທີ່ເຂົ້າມາເປັນສະມາຊິກສາມາດນໍາໃຊ້ບັດສິນເຊື່ອ, ບັດເງິນຝາກ ແລະ ບັດ ATM ໃນ ການເຮັດທຸລະກໍາດ້ານການເງິນຜ່ານຕູ້ ATM ແລະ ເຄື່ອງ (POS) ຮ່ວມກັນລະຫວ່າງທະນາຄານ, ໄດ້ຢ່າງສະດວກ ທຸກທີ່ ທຸກເວລາ.


ຜະລິດຕະພັນການໃຫ້ບໍລິການມີດັ່ງນີ້:

  1. ກວດຍອດເງິນຂ້າມທະນາຄານຜ່ານຕູ້ ATM
  2. ຖອນເງິນສົດຂ້າມທະນາຄານຜ່ານຕູ້ ATM
  3. ໂອນເງິນຂ້າມທະນາຄານຜ່ານຕູ້ ATM ໃນຮູບ ແບບການໂອນ ບັດ ຫາ ເລກໜ້າບັດ
  4. ໂອນເງິນຂ້າມທະນາຄານເທິງມືຖື ໃນຮູບແບບໂອນຈາກບັນຊີ-ບັນຊີ
  5. ຊໍາລະຂ້າມທະນາຄານ ຜ່ານ LAPNet QR pay