ໂອນເງິນຂ້າມທະນາຄານເທິງມືຖື
ຄຸນລັກສະນະ
ການໂອນເງິນຂ້າມທະນາຄານເທິງມືຖື (Fund Transfer via Mobile Application) ໂດຍນຳໃຊ້ລະບົບ LAPSໃນການເຊື່ອມໂຍງຜ່ານ Applications ຂອງແຕ່ລະທະນາຄານທີ່ເປັນສະມາຊິກຂອງບໍລິສັດລາວ ເນເຊີນນໍເພເມັ້ນ ເນັດເວີກ ໃຫ້ສາມາດໃຊ້ຟັງຊັ່ນການດຳເນີນທຸລະກຳໂອນເງິນຂ້າມທະນາຄານໄດ້.
ຜົນປະໂຫຍດທີ່ໄດ້ຮັບ
ດ້ານທະນາຄານສະມາຊິກ
ຊ່ວຍຫຼຸດຜ່ອນຕົ້ນທຶນທາງດ້ານບຸກຄະລາກອນທີ່ໃຫ້ບໍລິການໂອນເງິນຂ້າມທະນາຄານຜ່ານໜ່ວຍງານບໍລິການ ຫຼື ຕູ້ ATM ຂອງແຕ່ລະທະນາຄານທຸລະກິດທີ່ເປັນສະມາຊິກຂອງບໍລິສັດ LAPNet ນັ້ນ, ໃຫ້ລູກຄ້າຫັນມານຳໃຊ້ ການໂອນເງິນຂ້າມທະນາຄານເທິງມືຖື ໃນການດຳເນີນທຸລະກຳ.
ດ້ານລູກຄ້າຂອງທະນາຄານ
ຜະລິດຕະພັນ ການໂອນເງິນຂ້າມທະນາຄານເທິງມືຖືນີ້ ຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ມວນຊົນໃນການດຳເນີນທຸລະກຳທາງການເງິນຢູ່ເທິງມືຖືໄດ້ງ່າຍ ແລະ ວ່ອງໄວຂື້ນ ໂດຍນຳໃຊ້ Applications ຂອງແຕ່ລະທະນາຄານທຸລະກິດທີ່ເປັນສະມາຊິກຂອງບໍລິສັດ LAPNet, ຕາມຄຳຂວັນທີ່ກ່າວໄວ້ວ່າ: “ ທຸກທີ່ ທຸກເວລາ ທຸກຊ່ອງທາງການຊຳລະ”
ເງື່ອນໄຂການໃຊ້ບໍລິການ
ລຸກຄ້າສາມາດນຳໃຊ້ເລກບັນຊີທະນາຄານ ດຳເນີນທຸລະກຳເທິງມືຖື ໂດຍຜ່ານ Applications ຂອງແຕ່ລະທະນາຄານທຸລະກິດທີ່ເປັນສະມາຊິກຂອງບໍລິສັດ LAPNet ໄດ້ຟຣີໃນໄລຍະທີ່ເປີດຕົວຜະລິດຕະພັນການໂອນເງິນຂ້າມທະນາຄານເທິງມືຖືໃໝ່ ດັ່ງເນື້ອໃນລຸ່ມນີ້:
- ການໂອນເງິນເທີງມືຖືໂດຍນຳໃຊ້ຮູບແບບການໂອນ ບັນຊີຫາບັນຊີ ຫຼື ເອີ້ນວ່າ Account Fund Transfer ແມ່ນມີສະມາຊິກທັງໝົດ 15 ທະນາຄານ ດັ່ງນີ້:
ທະນາຄານທີ່ເປັນສະມາຊິກຂອງການບໍລິການ ໂອນເງີນຂ້າມທະນາຄານເທິງມືຖື
ໂລໂກ້
ຊື່ທະນາຄານ
ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ BCEL Email :bcelhqv@bcel.com.la Tel : (+856-21)213200 Hotline : 1555 http://www.bcel.com.la
ທະນາຄານ ຮ່ວມທຸລະກິດລາວຫວຽດ LVB Email :info@laovietbank.com.la Tel : (+856-21)251418 Hotline : 1440 https://www.laovietbank.com.la
ທະນາຄານ ຮ່ວມພັດທະນາ JDB Email :mrkjdb@gmail.com Tel : (+856-21) 213531-6 Hotline : 1499 http://www.jdbbank.com.la
ທະນາຄານ ບີໄອຊີ ລາວ ຈໍາກັດ BIC Email :enquiry@biclaos.com Tel : (+85621) 250 388 , (+85621) 250 420 , https://www.biclaos.com
ທະນາຄານ ພັດທະນາລາວ LDB Email :ldblaoho@ldblao.la Tel : (+856-21) 213300 - 03 https://www.ldblao.la
ທະນາຄານ ອິນໂດຈີນ ຈຳກັດ IDB Email :info@indochina.com.la Tel : (+85621) 455 000 , https://www.indochinabank.com
ທະນາຄານ ມາຣູຮານເຈແປນລາວ MJB Email :info@maruhanjapanbanklao.com Tel : (+85621) 266 000, https://www.maruhanjapanbanklao.com
ທະນາຄານ ສົ່ງເສີມກະສິກຳ ຈໍາກັດ APB Email :info@apb.com.la Tel : (+85621) 713060, https://www.apb.com
ທະນາຄານ ຫຸ້ນສ່ວນການຄ້າທະຫານ ສາຂາລາວ VMB Tel : (+85621) 990 901, https://www.mbbank.com.vn
ທະນາຄານກະສິກອນໄທ ຈໍາກັດ Kbank Tel : (+85621) 410 888, https://www.kasikornbank.com.la
ທະນາຄານ ຫວຽດຕິນ ລາວ VTB Tel : (+85621) 263 997, https://www.vietinbank.com.la
ທະນາຄານ ເອຊີລິດາ ລາວ ຈໍາກັດ ACLEDA Tel : (+85621) 264 994, https://www.acledabank.com.la
ທະນາຄານພົງສະຫວັນ ຈຳກັດ PSV Tel : (+85621) 716 999, https://www.phongsavanhbank.com
ທະນາຄານ ເອັສທີ ຈໍາກັດ STBhttps://www.stbanklaos.la
ທະນາຄານ ລາວ-ຝຣັ່ງ ຈໍາກັດ BFLhttps://bfl-bred.com/