ຊຳລະຂ້າມແດນໃນຮູບແບບ QR Code ລະຫວ່າງປະເທດ



ລະບົບຊຳລະຂ້າມແດນ

       ບໍລິສັດ LAPNet ໄດ້ຕໍ່ຍອດການພັດທະນາລະບົບຊຳລະຂ້າມທະນາຄານເທິງມືຖື (LMPS) ເພື່ອຂະຫຍາຍຜະລິດຕະພັນ ຊຳລະຂ້າມທະນາຄານ ໃຫ້ສາມາດຮອງຮັບການຊຳລະ ຄ່າສິນຄ້າ - ບໍລິການ ລະຫວ່າງປະເທດ, ໂດຍຜູ້ໃຊ້ Mobile banking ຂອງທະນາຄານທີ່ເຂົ້າຮ່ວມໂຄງການ ໃນ ສປປ ລາວ ສາມາດເຮັດທຸລະກຳ ຊຳລະຂ້າມແດນໄປຍັງປະເທດທີ່ເຮັດການເຊື່ອມໂຍງລະບົບຊຳລະຂ້າມແດນ ລະຫວ່າງກັນ ແລະ ຮ້ານຄ້າທີ່ເປີດບັນຊີນຳທະນາຄານທີ່ເຂົ້າຮ່ວມໂຄງການໃນ ສປປ ລາວ ກໍ່ສາມາດຮັບການຊຳລະຄ່າສິນຄ້າ - ບໍລິການ ຈາກນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາ ສ ປປ ລາວ, ປັດຈຸບັນ LAPNet ໄດ້ຮ່ວມໂຄງການກັບ 4 ປະເທດຄື: ປະເທດກຳປູເຈຍ, ປະເທດໄທ, ປະເທດຈີນ ແລະ ປະເທດຫວຽດນາມ.

ປະໂຫຍດທີ່ໄດ້ຮັບ

       ການເຊື່ອມໂຍງ ລະບົບການຊຳລະຂ້າມແດນໃນຮູບແບບ QR Code ລະຫວ່າງປະເທດ ຈະອຳນວຍຄວາມສະດວກໃຫ້ກັບລູກຄ້າຂອງທະນາຄານ ໃຫ້ສາມາດເຮັດທຸລະກຳຊຳລະຂ້າມແດນ ໄດ້ຢ່າງປອດໄພ ສະດວກສະບາຍ ວ່ອງໄວ ໂດຍສາມາດນຳໃຊ້ບັນຊີເງິນກີບໃນການຊຳລະ ແລະ ຮ້ານຄ້າໃນ ສ ປປ ລາວ ກໍ່ສາມາດຮັບການສະແກນຈາກນັກທ່ອງທ່ຽວຕ່າງປະເທດໄດ້ ໂດຍຈະອຳນວຍຄວາມສະດວກໃນການຮັບຊຳລະ ບໍ່ຫຍຸ້ງຍາກໃນການນຳໃຊ້ເງິນສົດ ແລະ ເງິນທອນຈາກຮ້ານຄ້າໃນເວລາຊຳລະເງິນ.

    1. ລາວ-ໄທ

     - ສຳລັບ ຂາ ລາວ ສະແກນ ໄທ ປະຈຸບັນແມ່ນມີສະມາຊິກທີ່ສາມາດສະແກນ ເພື່ອຊຳລະຄ່າສິນຄ້າ ແລະ ບໍລິການ ຢູ່ ປະເທດໄທ ທັງໝົດ 06 ທະນາຄານສະມາຊິກຄື: BCEL, APB, JDB, LVB, ACLEDA ແລະ STB; ເບື້ອງໄທມີ 4 ທະນາຄານ: KBANK, ກຸງສີ, ກຸງໄທ, BBL. 

     - ⁠ສຳລັບ ຂາ ໄທ ສະແກນ ລາວ ທະນາຄານເບື້ອງໄທມີ 3 ທະນາຄານ ຄື: ກຸງສີອະຍຸດທະຍາ, ກຸງໄທ ແລະ BBL, ທະນາຄານສະມາຊິກ ເບື້ອງລາວ ທີ່ສາມາດຮັບການຊຳລະຄ່າສິນຄ້າ ແລະ ບໍລິການ ຈາກ ປະເທດໄທ ທັງໝົດ 12 ທະນາຄານສະມາຊິກຄື: BCEL, LDB, APB, JDB, LVB, IB, ACLEDA, BIC, STB, KBANK, BFL ແລະ PSVB. 

    2. ລາວ-ກຳປູເຈຍ

     - ສຳລັບ ກຳປູເຈຍ ສະແກນ ລາວ ເບື້ອງລາວມີສະມາຊິກທີ່ສາມາດຮັບບໍລິການຊຳລະຈາກ ກຳປູເຈຍທັງໝົດ 12 ສະມາຊິກ ຄື: BCEL, LDB, APB, JDB, LVB, IB, ABL, BIC, SACOM, STB, KBNAK ແລະ BFL (ແຕ່ສຳລັບ BFL ແມ່ນໄດ້ຂໍຢຸດໃຫ້ບໍລິການຊົ່ວຄາວ ເນື່ອງຈາກຕິດພັນກັບລະບຽບພາຍໃນກ່ຽວກັບ AML), ເບື້ອງກໍາປູເຈຍມີທຸກທະນາຄານທີ່ເປັນສະມາຊິກຂອງ Bakong (Switching payment center) ກຳປູເຈຍ, ປັດຈຸບັນມີ 59 ທະນາຄານ ສາມາດນຳໃຊ້ Mobile banking App   ຂອງ Bakong ເພື່ອຊຳລະຄ່າສິນຄ້າ - ບໍລິການໃນລາວໄດ້ ແລະ ທະນາຄານ ເອຊີລີດາ ກຳປູເຈຍ ກໍ່ໃຊ້  Mobile Banking ຂອງຕົນເອງ

- ສຳລັບ ລາວ ສະແກນ ກຳປູເຈຍ ແມ່ນມີສະມາຊິກທັງໝົດທີ່ສາມາດສະແກນເພື່ອຊຳລະຄ່າສິນຄ້າຢູ່ກຳປູເຈຍ ທັງໝົດ 05 ສະມາຊິກ ຄື: BCEL, APB, ABL, SACOM ແລະ STB; ສໍາລັບຢູ່ເບື້ອງກໍາປູເຈຍແມ່ນມີ 59 ທະນາຄານທີ່ສາມາດຮັບການສະແກນຈາກລາວໄດ້ (ໂດຍສັງເກດສັນຍາລັກ KHQR)  ແລະ ຄິວອາສະເພາະ ຂອງທະນາຄານ ເອຊີລີດາ ກຳປູເຈຍ ກໍ່ຮັບການສະແກນຈາກລາວ ໄດ້ເຊັ່ນກັນ.

    3. ລາວ-ຫວຽດ

     - Vietnam scan Lao ຂອງທາງຝັ່ງລາວມີສະມາຊິກທີ່ເຂົ້າຮ່ວມການທົດລອງ ແລະ ສະໜອງຄິວອາ ທົດລອງ ເພື່ອກະກຽມໃຫ້ທາງຫວຽດນາມສະແກນເພື່ອຊຳລະ ທັງໝົດ 14 ທະນາຄານຄື: Vietin Bank Lao, BCEL, APB, JDB, BIC, LVB, STB, ABL, IB, PSV, Sacombank Lao, MJBL, MB ແລະ Kbank. ເບື້ອງຫວຽດນາມມີ 8 ທະນາຄານ: Vietin bank, Sacombank, BIDV, TP Bank, MB, SHB, Nam Á, ແລະ Bàn Việt.

     - ສຳລັບການພັດທະນາໃນໄລຍະທີ 2 ລາວ ສະແກນ ຫວຽດ ແມ່ນເປີດໃຫ້ບໍລິການໃນໄວໆນີ້

    4. ລາວ-ຈີນ

     - ສຳລັບ ຈີນ ສະແກນ ລາວ ມີ 08 ທະນາຄານທຸລະກິດທີ່ເປັນສະມາຊິກບໍລິສັດ LAPNet ຄື: ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ (BCEL), ທະນາຄານ ຮ່ວມພັດທະນາຈຳກັດ (JDB),  ທະນາຄານ ສົ່ງເສີມກະສິກຳ ຈຳກັດ (APB), ທະນາຄານ ເອັສທີ ຈຳກັດ (STB), ທະນາຄານ ມາຣູຮານ ເຈແປນລາວ ຈໍາກັດ (MJBL), ທະນາຄານ ເອຊີລິດາລາວ ຈໍາກັດ (ACLEDA), ທະນາຄານ ພົງສະຫວັນ ຈໍາກັດ (PSV) ທະນາຄານ ຮ່ວມທຸລະກິດລາວ-ຫວຽດ ຈຳກັດ (LVB) ພ້ອມມີທ່າອ່ຽງທີ່ຈະມີການເພິ່ມຂຶ້ນຂອງທະນາຄານພາຍໃນລາວໃນອະນາຄົດອັນໃກ້ນີ້.

     - ສຳລັບເບື້ອງ Unionpay ນັກທ່ອງທ່ຽວຊາວຈີນ ແລະ ຕ່າງປະເທດໃນທົ່ວໂລກທີ່ຈະມາຊຳລະແມ່ນນຳໃຊ້ e-wallet Unionpay App (China mainland) ແລະ Unionpay Mobile Wallet Connect (International) ມາຊຳລະຄ່າສິນຄ້າ ແລະ ບໍລິການ ພາຍໃນ ສປປ ລາວ.

  • China: BoC, ICBC, ABC, CCB, BoCoM, PSBC, Ping An Bank, China Merchants Bank, SPDB, CIB, China Minsheng Bank, Citic Bank, CEB, GDB, etc... and 71 regional banks
  • Korea: HanaPay, KB Pay, Tmoney Pay, Paybooc, NaverPay, Woori Card, NH Pay, Hyundai Card, Shinhan Card, Korea Post, IBK Card, Lotte Card
  • SEA: Kplus (Kbank), BBL mBanking (Bangkok Bank Public), KTC Mobile (KrungThai Card), BeWallet, KTB (Krung Thai Bank) DBS PayLah! (DBS), OCBC Digital SG (OCBC), Nestia (Aleta Planet), Boost, Wanna (WannaPay), GoPayz, S Pay, AMK 
  • Mobile Banking App, Bongloy Mobile, Chip Mong Bank, OK$, UAB Pay, Omnipay Mobile App

     - ສຳລັບການພັດທະນາໃນໄລຍະທີ 2 ລາວ ສະແກນ ຈີນ ແມ່ນເປີດໃຫ້ບໍລິການໃນໄວໆນີ້