ກວດຍອດເງິນຂ້າມທະນາຄານຜ່ານຕູ້ ATM



ຄຸນລັກສະນະ

ການກວດຍອດເງິນຂ້າມທະນາຄານຜ່ານຕູ້ ATM ແມ່ນນຳໃຊ້ລະບົບແລັບໃນການເຊື່ອມໂຍງຕູ້ເອທີເອັມຂອງແຕ່ລະທະນາຄານທີ່ເປັນສະມາຊິກຂອງບໍລິສັດລາວ ເນເຊີນນໍເພເມັ້ນ ເນັດເວີກ ໃຫ້ສາມາດໃຊ້ຟັງຊັ່ນການກວດຍອດເງິນຂ້າມທະນາຄານໄດ້.

ຜົນປະໂຫຍດທີ່ໄດ້ຮັບ

ປະຢັດ​ເວລາ, ສະດວກ ໂດຍລູກຄ້າບໍ່ຕ້ອງລໍຖ້າການໃຊ້ບໍລິການ ຫຼື ຊອກຫາຕູ້​ເອທີ​ເອັມຂອງ ທະນາຄານຜູ້ອອກບັດ ກໍ່ສາມາດກວດຍອດເງິນຜ່ານຕູ້​ເອທີ​ເອັມຂອງບັນດາທະນາຄານທຸກລະກິດທີ່ເຊື່ອມຕໍ່ກັບລະບົບແລັບ.​​

​ເງື່ອນໄຂການໃຊ້ບໍລິການ

ລູກຄ້າ​ທີ່ມີ​ບັດ​ເອທີເອັມຂອງ​ທະນາຄານ​ທີ່​ເປັນ​ສະມາຊິກ​ຂອງ ແລັບເນັດ, ໂດຍສາມາດສັງເກດໄດ້ຈາກ ສັນຍາ​ລັກແລັບເນັດທີ່ຕິດຕາມຕູ້ເອທີເອັມ ກໍສາມາດໃຊ້ຮ່ວມກັນໄດ້. ເຊິ່ງການກວດຍອດເງິນຂ້າມຕູ້ເອທີເອັມນີ້ແມ່ນບໍ່ເສຍຄ່າທຳນຽມໃດໆທັງນັ້ນ.

ຂັ້ນຕອນການກວດສອບຍອດເງິນ

ຂັ້ນຕອນທີ 1 ຈຸດໃຫ້ບໍລິການ

ສາມາດເລືອກໃຊ້ຕູ້ເອທີເອັມໃດກໍ່ໄດ້ ພາຍໃນ 16 ທະນາຄານທີ່ເປັນສະມາຊິກຂອງບໍລິສັດ LAPNet ເຊັ່ນ:

  1. ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ.
  2. ທະນາຄານພັດທະນາລາວ.
  3. ທະນາຄານສົ່ງເສີມກະສິກຳ ຈໍາກັດ.
  4. ທະນາຄານຮ່ວມທຸລະກິດລາວ-ຫວຽດ.
  5. ທະນາຄານມາຣູຮານເຈແປນລາວ ຈຳກັດ.
  6. ທະນາຄານຮ່ວມພັດທະນາ.
  7. ທະນາຄານອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ.
  8. ທະນາຄານແຫ່ງປະເທດຈີນ ຈຳກັດ
  9. ທະນາຄານຫວຽດຕິນລາວ ຈຳກັດ.
  10. ທະນາຄານ ເອຊີລີດາລາວ ຈຳກັດ.
  11. ທະນາຄານອິນໂດຈີນ.
  12. ທະນາຄານ ບີໄອຊີ ລາວ ຈຳກັດ.
  13. ທະນາຄານ ໄຊງ່ອນເທື່ອງຕິ່ນ ລາວ ຈຳກັດ.
  14. ທະນາຄານ ເອັສທີ ລາວ ຈຳກັດ
  15. ທະນາຄານ ພາບລິກ ເບີຣາດ ມະຫາຊົນ ສາຂານະຄອນຫຼວງວຽງຈັນ
  16. ທະນາຄານກະສິກອນໄທ ຈໍາກັດ

ຂັ້ນຕອນທີ 2 ການເຮັດທຸລະກຳ

  • ກໍລະນີກວດຍອດເງິນ ເລືອກຄຳສັ່ງ ກວດສອບຍອດເງິນ ແລະ ເຮັດຕາມຂັ້ນຕອນ ຄ່າທຳນຽມ = 0 ກີບ

ທະນາຄານທີ່ເປັນສະມາຊິກຂອງການບໍລິການ ກວດ​ຍອດ​ເງິນຜ່ານ​ຕູ້​ເອທີ​ເອັມ

ໂລໂກ້ ຊື່ທະນາຄານ
ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ
BCEL
https://www.bcel.com.la
ທະນາຄານ ພັດທະນາລາວ
LDB
https://www.ldblao.la
ທະນາຄານ ຮ່ວມພັດທະນາ
JDB
https://www.jdbbank.com.la
ທະນາຄານ​ສົ່ງ​ເສີມ​ກະສິກຳ ຈໍາກັດ
APB
https://www.apb.com.la
ທະນາຄານ ມາຣູຮານເຈແປນລາວ
MJBL
https://www.maruhanjapanbanklao.com
ທະນາຄານ ຮ່ວມທຸລະກິດລາວຫວຽດ
LVB
https://www.laovietbank.com.la
ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ
ICBC
https://vientiane.icbc.com.cn
ທະນາຄານ ແຫ່ງປະເທດຈີນ
BOC
https://www.boc.cn/en
ທະນາຄານ ຫວຽດຕິນ ລາວ
VTB
https://www.vietinbank.com.la
ທະນາຄານ ອິນໂດຈີນ ຈຳກັດ
Indochina
https://www.indochinabank.com
ທະນາຄານ ເອຊີລິດາ ລາວ ຈໍາກັດ
ACLEDA
https://www.acledabank.com
ທະນາຄານ ບີໄອຊີ ລາວ ຈໍາກັດ
BIC
https://www.biclaos.com
ທະນາຄານ ຊາຄອມແບັງ ລາວ
Sacom
https://www.sacombank.com.vn
ທະນາຄານ ເອັສທີ ຈໍາກັດ
STB
https://www.stbanklaos.la
ທະນາຄານ ພາບລິກ ເບີຣາດ ມະຫາຊົນ ສາຂານະຄອນຫຼວງວຽງຈັນ
PBB
https://www.pbebank.com
ທະນາຄານກະສິກອນໄທ ຈໍາກັດ
Kbank
https://www.kasikornbank.com.la