ການຊໍາລະເງິນຂ້າມທະນາຄານຜ່ານ QR

ຄຸນລັກສະນະ
ການຊໍາລະຂ້າມທະນາຄານຜ່ານ LAPNet QRPay ໂດຍນຳໃຊ້ລະບົບ LMPS ໃນການເຊື່ອມໂຍງຜ່ານ Applications ຂອງແຕ່ລະທະນາຄານທີ່ເປັນສະມາຊິກຂອງບໍລິສັດ LAPNet ໃຫ້ສາມາດນຳໃຊ້ຟັງຊັ່ນການດຳເນີນທຸລະກຳຊໍາລະຜ່ານ QR ຂອງທະນາຄານອື່ນໄດ້.
ຜົນປະໂຫຍດທີ່ໄດ້ຮັບ
ຜະລິດຕະພັນ ການໂອນເງິນຂ້າມທະນາຄານເທິງມືຖືນີ້ ຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ມວນຊົນໃນການດຳເນີນທຸລະກຳທາງການເງິນຢູ່ເທິງມືຖືໄດ້ງ່າຍ ແລະ ວ່ອງໄວຂື້ນ ໂດຍນຳໃຊ້ Applications ຂອງແຕ່ລະທະນາຄານທຸລະກິດທີ່ເປັນສະມາຊິກຂອງບໍລິສັດ LAPNet, ຕາມຄຳຂວັນທີ່ກ່າວໄວ້ວ່າ: “ ທຸກທີ່ ທຸກເວລາ ທຸກຊ່ອງທາງການຊຳລະ”.
ເງື່ອນໄຂການໃຊ້ບໍລິການ
ລຸກຄ້ານຳໃຊ້ Application ຂອງທະນາຄານ ທີ່ຕົນເອງມີ ດຳເນີນທຸລະກຳການຊໍາລະຄ່າສິນຄ້າ - ບໍລິການ ຫຼື ອື່ນໆຂ້າມທະນາຄານໄດ້ ດ້ວຍການສະແກນ QR Code ທີ່ຮ້ານຄ້າ ທີ່ມີສັນຍາລັກ ປ້າຍທີ່ລະບຸວ່າ ຊໍາລະຂ້າມທະນາຄານຜ່ານ LAPNet QR Pay.