ໂອນເງິນຂ້າມທະນາຄານຜ່ານຕູ້ ATM



ຄຸນລັກສະນະ

ການໂອນເງິນຂ້າມທະນາຄານຜ່ານຕູ້ ATM ແມ່ນນຳໃຊ້ລະບົບແລັບໃນການເຊື່ອມໂຍງຕູ້ເອທີເອັມຂອງແຕ່ລະທະນາຄານທີ່ເປັນສະມາຊິກຂອງບໍລິສັດລາວ ເນເຊີນນໍເພເມັ້ນ ເນັດເວີກ ໃຫ້ສາມາດໃຊ້ຟັງຊັ່ນການໂອນເງິນຂ້າມທະນາຄານໄດ້.

ຜົນປະໂຫຍດທີ່ໄດ້ຮັບ

ດ້ານທະນາຄານສະມາຊິກ

ຫຼຸດຕົ້ນທຶນທາງດ້ານບຸກຂະລາກອນທີ່ໃຫ້ບໍລິການໂອນເງິນຂ້າມທະນາຄານຜ່ານ Counter ຫຼື ປ່ອງບໍລິການຂອງທະນາຄານ ໃຫ້ລູກຄ້າຫັນມານຳໃຊ້ຕູ້ ATM ໃນການເຮັດທຸລະກຳ ແລະ ຍັງສາມາດເພີ່ມຈຳນວນທຸລະກຳການໂອນ ເພາະສາມາດໂອນຢູ່ຕູ້ ATM ຂອງທະນາຄານໃດກໍ່ໄດ້ທີ່ເປັນສະມາຊິກຂອງບໍລິສັດ LAPNet.

ດ້ານລູກຄ້າຂອງທະນາຄານ

ເປັນການອຳນວຍຄວາມສະດວກ ແລະ ປະຢັດເວລາ ໂດຍລູກຄ້າບໍ່ຈໍາເປັນຕ້ອງລໍຖ້າການໃຊ້ບໍລິການໂອນເງິນຂ້າມທະນາຄານຜ່ານ counter ຫຼື ປ່ອງບໍລິການຂອງທະນາຄານ; ລູກຄ້າສາມາດເຮັດທຸລະກຳໂອນເງິນຂ້າມທະນາຄານໄດ້ດ້ວຍຕົນເອງ ດ້ວຍການໂອນເງິນທີ່ຕູ້ ATM ຂອງທະນາຄານສະມາຊິກ ຊຶ່ງປັດຈຸບັນມີ 13 ທະນາຄານທີ່ສາມາດໃຫ້ບໍລິການໄດ້.

​ເງື່ອນໄຂການໃຊ້ບໍລິການ

ລູກຄ້າທີ່ມີບັດ ATM ຂອງທະນາຄານທີ່ເປັນສະມາຊິກຂອງ LAPNet ສາມາດໂອນເງິນຂ້າມທະນາຄານຜ່ານຕູ້ ATM ຂອງທະນາຄານສະມາຊິກ. ຂອບເຂດການໂອນເງິນຂ້າມທະນາຄານຜ່ານຕູ້ເອທີເອັມ ແມ່ນສາມາດໂອນເງິນແຕ່ 1.000 ກີບ ຫາ 100.000.000 ກີບ/ຄັ້ງ. ໂດຍຈະຄິດໄລ່ຄ່າບໍລິການຕາມມູນຄ່າການໂອນດັ່ງນີ້:

ໂອນເງິນແຕ່ຈຳນວນເງິນ ຫາຈຳນວນ ຄິດຄ່າບໍລິການ
1.000 ກີບ 2.000.000 ກີບ 1.000 ກີບ/ທຸລະກໍາ
2.000.001 ກີບ 3.000.000 ກີບ 1.500 ກີບ/ທຸລະກໍາ
3.000.001 ກີບ 4.000.000 ກີບ 2.500 ກີບ/ທຸລະກໍາ
4.000.001 ກີບ 5.000.000 ກີບ 3.000 ກີບ/ທຸລະກໍາ
5.000.001 ກີບ 7.000.000 ກີບ 4.500 ກີບ/ທຸລະກໍາ
7.000.001 ກີບ 10.000.000 ກີບ 7.500 ກີບ/ທຸລະກໍາ
10.000.001 ກີບ 30.000.000 ກີບ 12.000 ກີບ/ທຸລະກໍາ
30.000.001 ກີບ 50.000.000 ກີບ 15.500 ກີບ/ທຸລະກໍາ
50.000.001 ກີບ 100.000.000 ກີບ 20.000 ກີບ/ທຸລະກໍາ
100.000.001 ກີບ 120.000.000 ກີບ 25.000 ກີບ/ທຸລະກໍາ
120.000.001 ກີບ 150.000.000 ກີບ 30.000 ກີບ/ທຸລະກໍາ
150.000.001 ກີບ 200.000.000 ກີບ 40.000 ກີບ/ທຸລະກໍາ

ຂັ້ນຕອນການໂອນເງິນຂ້າມທະນາຄານ ຜ່ານຕູ້ເອທີເອັມ

ຂັ້ນຕອນທີ 1 ຈຸດໃຫ້ບໍລິການ

ການໂອນເງິນຂ້າມທະນາຄານຜ່ານຕູ້ເອທີເອັມສາມາດເຮັດທຸລະກຳ ການໂອນໄດ້ທີ່ຕູ້ເອທີເອັມດັ່ງລຸ່ມນີ້:

  1. ບັດເອທີເອັມຂອງທະນາຄານ (A) ສາມາດນຳໃຊ້ຕູ້ຂອງທະນາຄານ (A) ເພື່ອໂອນເງິນຫາຜູ້ຮັບປາຍທາງ ທີ່ທະນາຄານ (B)
  2. ບັດທະນາຄານ (A) ສາມາດນຳໃຊ້ຕູ້ຂອງທະນາຄານ (B) ເພື່ອໂອນເງິນຫາຜູ້ຮັບປາຍທາງທີ່ທະນາຄານ (C) 

ຂັ້ນຕອນທີ 2 ສະມາຊິກທີ່ໃຫ້ບໍລິການ

ສາມາດເລືອກໃຊ້ຕູ້ເອທີເອັມໃດກໍ່ໄດ້ ພາຍໃນ 13 ທະນາຄານທີ່ເປັນສະມາຊິກຂອງບໍລິສັດ LAPNet ເຊັ່ນ:

  1. ທະນາຄານ ພັດທະນາລາວ.
  2. ທະນາຄານ ສົ່ງເສີມກະສິກຳ.
  3. ທະນາຄານ ຮ່ວມພັດທະນາ.
  4. ທະນາຄານ ມາຣູຮານເຈແປນລາວ ຈຳກັດ.
  5. ທະນາຄານ ບີໄອຊີ ລາວ ຈຳກັດ.
  6. ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ.
  7. ທະນາຄານ ເອັສທີ ລາວ ຈຳກັດ.
  8. ທະນາຄານ ຮ່ວມທຸລະກິດລາວຫວຽດ
  9. ທະນາຄານ ພາບລິກ ເບີຣາດ ມະຫາຊົນ ສາຂານະຄອນຫຼວງວຽງຈັນ.
  10. ທະນາຄານ ກະສິກອນໄທ ຈໍາກັດ.
  11. ທະນາຄານ ໄຊງ່ອນເທື່ອງຕິ່ນ ລາວ ຈຳກັດ.
  12. ທະນາຄານ ອິນໂດຈີນ.
  13. ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ.

ຂັ້ນຕອນທີ 3 ການເຮັດທຸລະກຳ

  1. ນຳບັດເອທີເອັມປ່ອນເຂົ້າຕູ້ເອທີເອັມ ເຮັດຕາມຂັ້ນຕອນການໂອນເງິນ ແລະ ປ້ອນເລກໜ້າບັດ 16 ໂຕເລກຂອງຜູ້ຮັບປາຍທາງ ກົດຈຳນວນເງິນ ແລ້ວຢືນຢັນ
  2. ຜູ້ຮັບປາຍທາງຈະໄດ້ຮັບເງິນໂອນທັນທີ ຫຼັງຈາກທຸລະກຳການໂອນເງິນສຳເລັດ.

ທະນາຄານທີ່ເປັນສະມາຊິກຂອງການບໍລິການ ໂອນເງິນຂ້າມທະນາຄານຜ່ານ​ຕູ້​ເອທີ​ເອັມ

ໂລໂກ້ ຊື່ທະນາຄານ
ທະນາຄານ ພັດທະນາລາວ
LDB
https://www.ldblao.la
ທະນາຄານ​ສົ່ງ​ເສີມ​ກະສິກຳ ຈໍາກັດ
APB
https://www.apb.com.la
ທະນາຄານ ຮ່ວມພັດທະນາ
JDB
https://www.jdbbank.com.la
ທະນາຄານ ມາຣູຮານເຈແປນລາວ
MJBL
https://www.maruhanjapanbanklao.com
ທະນາຄານ ບີໄອຊີ ລາວ ຈໍາກັດ
BIC
https://www.ldblao.la
ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ
BCEL
https://www.bcel.com.la
ທະນາຄານ ເອັສທີ ຈໍາກັດ
STB
httpss://www.stbanklaos.la
ທະນາຄານ ຮ່ວມທຸລະກິດລາວຫວຽດ
LVB
https://www.laovietbank.com.la
ທະນາຄານ ພາບລິກ ເບີຣາດ ມະຫາຊົນ ສາຂານະຄອນຫຼວງວຽງຈັນ
PBB
https://www.pbebank.com
ທະນາຄານກະສິກອນໄທ ຈໍາກັດ
Kbank
https://www.kasikornbank.com.la
ທະນາຄານ ຊາຄອມແບັງ ລາວ
Sacom
https://www.sacombank.com.vn
ທະນາຄານ ອິນໂດຈີນ ຈຳກັດ
Indochina
https://www.indochinabank.com
ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ
ICBC
https://vientiane.icbc.com.cn