ພິທີເປີດບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ

ໂພສເມື່ອ 4 years ago


ພິທີເປີດບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ ຢ່າງເປັນທາງການ ແລະ ເປີດໂຕການບໍລິການໂອນເງິນຂ້າມທະນາຄານ ໂດຍຜ່ານຕູ້ ATM

ຕອນບ່າຍ ວັນທີ 25 ພະຈິກ 2019 ທີ່ຜ່ານມາ ໄດ້ມີພິທີເປີດໂຕ ບໍລິສັດ ລາວເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ ຢ່າງເປັນທາງການ ທີ່ໂຮງແຮມຄຣາວ ພລາຊ່າ ວຽງຈັນ ແລະ ເປີດໂຕຜະລິດຕະພັນໂອນເງິນຂ້າມທະນາຄານ ໂດຍຜ່ານຕູ້ ເອທີເອັມ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍການເຂົ້າຮ່ວມຂອງບັນດາຕາງໜ້າຜູ້ຖືຮຸ້ນຂອງບໍລິສັດ, ບັນດາກົມຂອງ ທະນາຄານ ແຫ່ງ ສປປ ລາວ, ບັນດາກະຊວງ, ທະນາຄານທຸລະກິດ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ.

ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ (Lao National Payment Network Co., Ltd ຫຼື LAPNet ) ໄດ້ສ້າງຕັ້ງຂຶ້ນແຕ່ວັນທີ 12 ມີນາ 2019 ແລະ ວັນທີ 22 ພະຈິກ 2019 ກໍ່ໄດ້ມີການຈັດພິທີລົງນາມໃນສັນຍາການຮ່ວມທຶນ ສ້າງຕັ້ງບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ ພາຍໃຕ້ການຮ່ວມມືຂອງບັນດາຜູ້ຖືຮຸ້ນພາຍໃນ ນຳພາໂດຍ ທະນາຄານ ແຫ່ງ ສປປ ລາວ, ພ້ອມກັບ 7 ທະນາຄານທຸລະກິດຍັກໃຫຍ່ ຂອງ ສປປ ລາວຄື: ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກຳ, ທະນາຄານຮ່ວມພັດທະນາ, ທະນາຄານຮ່ວມທຸລະກິດລາວ-ຫວຽດ, ທະນາຄານ ເອັສທີ ຈຳກັດ ແລະ ທະນາຄານ ບີໄອຊີ ລາວ ຈຳກັດ ແລະ ຜູ້ຖືຮຸ້ນຕ່າງປະເທດອັນໄດ້ແກ່: ບໍລິສັດ ຢູນຽນເພ ສາກົນ;.

ໂດຍຈຸດປະສົງການດຳເນີນທຸລະກິດຂອງບໍລິສັດ ແມ່ນເຮັດໜ້າທີ່ຄວບຄຸມລະບົບຊຳລະທຸລະກຳຍ່ອຍ ໃນ ສປປ ລາວ ຕາມຄຳຂວັນຂອງບໍລິສັດ ທີ່ວ່າ: “ທຸກທີ່, ທຸກເວລາ ແລະ ທຸກເຄື່ອງມືການຊຳລະ (Any Time, Any Where and Any Payment Channel)” ສອດຄ່ອງກັບລະດັບຄາດໝາຍທີ່ໄດ້ວາງໄວ້ໃນແຜນຍຸດທະສາດພັດທະນາລະບົບສະຖາບັນການເງິນ-ເງິນຕາ ຂອງ ສປປ ລາວ ໄລຍະ 10 ປີ (2016-2025) ແລະ ຕາມວິໄສທັດຮອດປີ 2030.

ປະຈຸບັນ ບໍລິສັດ LAPNet ໄດ້ມີ ສະມາຊິກທັງໝົດ 12 ທະນາຄານ ທີ່ສາມາດເຮັດທຸລະກຳ ຄື: ກວດຍອດເງິນໃນບັນຊີ, ຖອນເງິນສົດ ຜ່ານຕູ້ເອທີເອັມຮ່ວມກັນໄດ້ແລ້ວ ທົ່ວປະເທດ ອັນໄດ້ແກ່: ທະນາຄານການຄ້າຕ່າງປະເທດລາວ, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກຳ, ທະນາຄານຮ່ວມທຸລະກິດລາວ-ຫວຽດ, ທະນາຄານຮ່ວມພັດທະນາ, ທະນາຄານ ມາຣູຮານ ເຈແປນ ລາວ ຈຳກັດ, ທະນາຄານ ຫວຽດຕິນ ລາວ, ທະນາຄານອຸດສາຫະກຳ ແລະ ການຄ້າຈີນ, ທະນາຄານແຫ່ງ ປະເທດຈີນ, ທະນາຄານເອຊີລີດາລາວ, ທະນາຄານ ອິນໂດຈີນລາວ ແລະ ທະນາຄານ ບີໄອຊີລາວ ຈຳກັດ.

- ປະຈຸບັນ ບໍລິສັດກຳລັງລິເລີ່ມໂຄງການໂອນເງິນເງິນຂ້າມທະນາຄານ ໂດຍຜ່ານຕູ້ເອທີເອັມ ຊຶ່ງຕອນນີ້ໄດ້ມີ 6 ທະນາຄານທີ່ເປັນສະມາຊິກ ສາມາດພັດທະນາລະບົບຂອງຕົນສຳເລັດ ຊຶ່ງຈະເປີດໃຫ້ນຳໃຊ້ໄດ້ບາງຈຸດ ແລະ ສາມາດນຳໃຊ້ໄດ້ທຸກຕູ້ພາຍໃນທ້າຍປີ 2019 ນີ້:
- ຊຶ່ງໃນຕໍ່ໜ້າບໍລິສັດ ຈະພະຍາຍາມພັດທະນາລະບົບທີ່ສາມາດຊຳລະຄ່າສິນຄ້າ ແລະ ຄ່າບໍລິການຕ່າງໆຢູ່ຮ້ານຄ້າໂດຍຜ່ານເຄື່ອງພີໂອເອສ,ຜ່ານ QR Code ຂອງທະນາຄານທຸລະກິດອື່ນທີ່ເປັນສະມາຊິກຂອງບໍລິສັດ LAPNet ໄດ້.