ບໍລິສັດ LAPNet ໄດ້ຈັດພິທີມອບ-ຮັບໜ້າທີ່ປະທານສະພາບໍລິຫານຄົນໃຫມ່

ໂພສເມື່ອ 2 years ago


ໃນວັນທີ 30 ມິຖຸນາ 2021 ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ (LAPNet) ໄດ້ຈັດພິທີປະກາດ ມອບຮັບ ໜ້າທີ່ ປະທານສະພາບໍລິຫານຂອງບໍລິສັດ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃຫມ່ ພ້ອມທັງປະກາດການແຕ່ງຕັ້ງຄະນະສະພາບໍລິຫານຊຸດໃໝ່ ຊຶ່ງພິທີໄດ້ຈັດຂຶ້ນໃນວາລະກອງປະຊຸມຜູ້ຖືຮຸ້ນສະໄໝວິສາມັນ ຄັ້ງທີ I ແລະ ກອງປະຊຸມສະພາບໍລິຫານ ສະໄໝສາມັນຄັ້ງທີ່ II ຂອງບໍລິສັດ ປະຈຳປີ 2021 ທີ່ຫ້ອງປະຊຸມ ດອກຮັກ ອາຄານຊັ້ນ 5 ຕຶກສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ໂດຍມີຜູ້ເຂົ້າຮ່ວມກອງປະຊຸມທັງໝົດ ຈຳນວນ 14 ທ່ານ ປະກອບດ້ວຍຕາງໜ້າຂາຮຸ້ນຂອງແຕ່ລະພາກສ່ວນ, ສະມາຊິກສະພາບໍລິຫານ, ຄະນະອຳນວຍການ, ຄະນະພະແນກ ແລະ ວິຊາການ ຂອງບໍລິສັດຈຳນວນໜຶ່ງກໍ່ໄດ້ເຂົ້າຮ່ວມ;

ໃນພິທີໄດ້ມີການມອບໜ້າທີ່ ປະທານສະພາບໍລິຫານ ບໍລິສັດ LAPNet ລະຫວ່າງ ທ່ານ ລັດສະໝີ ສຸວັນທອງ (ຜູ້ເກົ່າ) ແລະ ທ່ານ ສຸລິສັກ ທຳນຸວົງ (ຜູ້ໃຫມ່), ທັງສອງທ່ານກໍ່ໄດ້ມີການກ່າວ ມອບ-ຮັບ ໜ້າທີ່ອັນສຳຄັນຕໍ່ກັນຢ່າງເປັນທາງການ ໂດຍມີໃຈຄວາມດັ່ງນີ້: ທ່ານ ລັດສະໝີ ສຸວັນທອງ ປະທານສະພາບໍລິຫານຜູ້ເກົ່າ ໄດ້ກ່າວຄຳຂອບໃຈມາຍັງບັນດາສະມາຊິກສະພາບໍລິຫານ ແລະ ບໍລິສັດ LAPNet ທີ່ໄດ້ຮ່ວມແຮງຮ່ວມໃຈກັນ ລະດົມຄວາມຄິດ ເຮັດໃຫ້ບໍລິສັດສາມາດກ້າວມາຍັງຈຸດນີ້ໄດ້ ຊຶ່ງແຕ່ລະຄຳເຫັນຂອງບັນດາສະມາຊິກສະພາບໍລິຫານ ແມ່ນມີຄວາມໝາຍຄວາມສຳຄັນໃນການຈັດຕັ້ງປະຕິບັດວຽກງານຂອງບໍລິສັດໃນໄລຍະຜ່ານມາ. ຢ່າງໃດກໍ່ຕາມ, ກໍ່ຍັງມີສິ່ງທ້າທາຍທີ່ຍັງຄົງຄ້າງຢູ່ໃນໃຈ ກໍ່ຄື ລະບົບໂອນເງິນຜ່ານມືຖືທີ່ພວກເຮົາມີຄວາມຕັ້ງໃຈຢາກເຮັດນັ້ນ ແມ່ນຍັງບໍ່ທັນສຳເລັດໂດຍສົມບູນເທື່ອ. ດັ່ງນັ້ນ, ຈຶ່ງຂໍຝາກໃຫ້ປະທານສະພາບໍລິຫານຜູ້ໃຫມ່ ເປັນຜູ້ສືບຕໍ່ນຳພາເຮັດໃຫ້ສຳເລັດ ແລະ ເຮັດໃຫ້ບໍລິສັດ LAPNet ກາຍເປັນບໍລິສັດຕົວແບບໃນການດຳເນີນທຸລະກິດທີ່ປະສົບຜົນສຳເລັດສູງສຸດ.

ທ່ານ ສຸລິສັກ ທຳນຸວົງ ປະທານສະພາບໍລິຫານຜູ້ໃໝ່ ໄດ້ກ່າວຄຳຂອບໃຈ ແລະ ຊົມເຊີຍທ່ານປະທານສະພາບໍລິຫານຜູ້ເກົ່າ ຕໍ່ຜົນງານທີ່ມີໃນໄລຍະຜ່ານມາ ແລະ ກ່າວຂອບໃຈຕໍ່ທີ່ປະຊຸມ ທີ່ໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈແກ່ທ່ານ ໃນການເປັນຜູ້ສືບຕໍ່ພາລະກິດນຳພາບໍລິສັດ ກ້າວໄປເຖິງຈຸດໝາຍການເປັນສູນກາງເຊື່ອມຕໍ່ຂອງການຊຳລະ ໃຫ້ສາມາດເຊື່ອມໃຊ້ຮ່ວມກັນທົ່ວລະບົບ ຢ່າງໝັ້ນຄົງ. ພ້ອມນັ້ນ, ທ່ານກໍ່ຍັງໄດ້ນໍາເອົາເນື້ອໃນຈິດໃຈຂອງພາກລັດ ກໍ່ຄື ຂອງ ທະນາຄານແຫ່ງ ສປປ ລາວ ມາເຜີຍແຜ່ໃນທີ່ປະຊຸມໃຫ້ມີຄວາມເຂົ້າໃຈ ເຖິງການໃຫ້ຄວາມສຳຄັນຂອງພາກລັດ ຕໍ່ກັບພາລະບົດບາດຂອງບໍລິສັດ LAPNet, ໂດຍໄດ້ຊີ້ໃຫ້ເຫັນວ່າ: ຫົວໃຈຂອງຂະແໜງການທະນາຄານແມ່ນລະບົບການຊຳລະທຸລະກຳຍ່ອຍ ທີ່ ບໍລິສັດ LAPNet ເປັນຜູ້ຄວບຄຸມລະບົບນີ້ ເຮັດໃຫ້ການຊຳລະ ຫຼືການໂອນເງິນຂ້າມທະນາຄານ ມີຄວາມສະດວກສະບາຍ ແລະລະບົບນີ້ ເປັນອົງປະກອບຫຼັກໃນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນຍຸດທະສາດການພັດທະນາແໜງການເງິນ-ເງິນຕາ ແລະຍຸດທະສາດການພັດທະນາລະບົບການຊຳລະຂອງຂະແໜງທະນາຄານ-ການເງິນ ຂອງ ທະນາຄານແຫ່ງ ສປປ ລາວ ຊຶ່ງເປັນການສ້າງປະຖົມປັດໄຈໃຫ້ແກ່ການກ້າວໄປສູ່ເສດຖະກິດດິຈິຕອນ ຂອງລັດຖະບານທີ່ໄດ້ຖືກຮັບຮອງເອົາແລ້ວນັ້ນ. ນອກນັ້ນ, ກະຊວງການເງິນເອງກໍ່ມີແຜນແມ່ບົດໃນການຫັນການເກັບລາຍຮັບ ແລະຄຸ້ມຄອງລາຍຈ່າຍງົບປະມານ ເປັນທັນສະໄໝ. ສະນັ້ນ, ຈຶ່ງເປັນສິ່ງແນ່ນອນວ່າ ບໍລິສັດ LAPNet ຕ້ອງຮີບຮ້ອນສ້າງຕົນເອງໃຫ້ເຂັ້ມແຂງ ກາຍເປັນເປັນສູນກາງເຊື່ອມຕໍ່ຂອງການຊຳລະ ເພື່ອສ່ວນລວມຢ່າງແທ້ຈິງ. ສຸດທ້າຍ, ທ່ານປະທານສະພາບໍລິຫານຜູ້ໃໝ່ ກໍ່ໄດ້ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ຜົນງານຂອງທ່ານປະທານຜູ້ເກົ່າໄດ້ສ້າງໄວ້ໃນໄລຍະຜ່ານມາ ແລະ ຈະນຳພາສະພາບໍລິຫານຊຸດໃໝ່ສ້າງຜົນງານໃໝ່ໃຫ້ດີຂຶ້ນກວ່າເກົ່າໃນຕໍ່ໜ້າ.