ພິທີມອບ-ຮັບ ຕຳແໜ່ງ ປະທານສະພາບໍລິຫານ ແລະ ຜູ້ອຳນວຍການ ບໍລິສັດ ລາວເນເຊີນນໍ ເມັ້ນ ເນັດເວີກ ຈຳກັດ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ໂພສເມື່ອ 10 months ago


ໃນຕອນບ່າຍຂອງ ວັນທີ 21 ສິງຫາ 2023, ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ ໄດ້ມີການຈັດກອງປະຊຸມຜູ້ຖືຮຸ້ນສະໄໝວິສາມັນ ປະຈຳປີ 2023 ເພື່ອຮັບຮອງຕາງຫນ້າຜູ້ຖືຮຸ້ນຄົນໃຫມ່ ໂດຍປະຕິບັດຕາມການຕົກລົງຂອງຂາຮຸ້ນ ທຫລ ທີ່ມີການປັບປຸງຊັບຊ້ອນຫນ້າທີ່ໃຫມ່ ພາຍໃນ ທຫລ. ລວມທັງການຮັບຮອງສະມາຊິກສະພາບໍລິຫານຄືນ ທີ່ຄົບວາລະ 2 ປີ, ຫລັງຈາກນັ້ນກໍ່ໄດ້ເລືອກຕັ້ງປະທານ ແລະ ຮອງປະທານສະພາຊຸດໃຫມ່. ພ້ອມດຽວກັນນັ້ນກໍ່ໄດ້ມີພິທີຮັບຮອງ ຜູ້ອຳນວຍການ ຜູ້ໃຫມ່ ແທນຜູ້ເກົ່າທີ່ໄດ້ໄປຮັບຫນ້າທີ່ໃຫມ່ ຕາມການຕົກລົງພາຍໃນຂອງເບື້ອງຂາຮຸ້ນທີ່ກ່ຽວຂ້ອງ. 

ພາຍຫລັງ ສຳເລັດກອງປະຊຸມ ກໍ່ໄດ້ມີພິທີ ມອບ-ຮັບ ຕຳແໜ່ງ ປະທານສະພາບໍລິຫານ ລະຫວ່າງ ທ່ານ ສຸລິສັກ ທໍານຸວົງ ປະທານສະພາບໍລິຫານ ຜູ້ເກົ່າ ແລະ ທ່ານ ມະໂນລິດ ຊຸມພົນພັກດີ ປະທານສະພາບໍລິຫານ ຜູ້ໃຫມ່ ແລະ ພິທີ ມອບ-ຮັບ ຕຳແໜ່ງ ຜູ້ອຳນວຍການ ຂອງບໍລິສັດ ໂດຍມີການສັບປ່ຽນ ທ່ານ ຫົງຄຳ ເພັດດາວົງ ຜູ້ອຳນວຍການ ຜູ້ເກົ່າ ທີ່ໄດ້ໄປຮັບໜ້າທີ່ໃໝ່ ຢູ່ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ແລະ ປ່ຽນແທນໂດຍ ທ່ານ ສີສະໝອນ ສຣິດທິຣາດ ໃຫ້ມາຮັບຕຳແໜ່ງເປັນຜູ້ອຳນວຍການ ຜູ້ໃໝ່