ພິທີເປີດໂຕຜະລິດຕະພັນ ໂອນເງິນຂ້າມທະນາຄານເທິງມືຖື

ໂພສເມື່ອ 3 years ago


ໃນຕອນບ່າຍ ວັນອັງຄານທີ 08 ທັນວາ 2020 ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ ຫຼື LAPNet ໄດ້ຈັດພິທີເປີດໂຕຜະລິດຕະພັນໂອນເງິນຂ້າມທະນາຄານເທິງມືຖື ຢ່າງເປັນທາງການ ທີ່ໂຮງແຮມແລນມາກ ແລະ ພາຍໃນງານຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ 7 ທະນາຄານແບບຢ່າງທີ່ສາມາດເປີດໃຫ້ບໍລິການຜະລິດຕະພັນໂອນເງິນຂ້າມທະນາຄານເທິງມືຖືໃຫ້ແກ່ມວນຊົນນຳໃຊ້ຢ່າງເປັນທາງການ. ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມຍິນດີໂດຍ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍການເຂົ້າຮ່ວມຂອງບັນດາຕາງໜ້າຜູ້ຖືຮຸ້ນຂອງບໍລິສັດ, ບັນດາກົມຂອງທະນາຄານ ແຫ່ງ ສປປ ລາວ, ບັນດາກະຊວງ, ທະນາຄານທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ການດຳເນີນທຸລະກິດຂອງ LAPNet ຊຶ່ງເປັນຜູ້ຄວບຄຸມລະບົບການຊຳລະທຸລະກຳຍ່ອຍແຫ່ງຊາດ ໃນ ສປປ ລາວ ມີເຮັດໜ້າທີ່ເປັນສື່ກາງໃນການເຮັດທຸລະກຳຮ່ວມກັນດ້ວຍຫຼາຍຮູບແບບ ແລະ ຫຼາກຫຼາຍຊ່ອງທາງ. LAPNet ໄດ້ພັດທະນາລະບົບເພື່ອສ້າງຜະລິດຕະພັນໂອນເງິນຂ້າມທະນາຄານເທິງມືຖື ທີ່ຈະຊ່ວຍອຳນວຍຄວາມສະດວກໃຫ້ມວນຊົນເຮັດທຸລະກຳທາງການເງິນຢູ່ເທິງມືຖື ຕາມຄຳຂວັນທີ່ວ່າ: “ທຸກທີ່ ທຸກເວລາ ທຸກຊ່ອງທາງການຊຳລະ”

ປະຈຸບັນ LAPNet ມີເຄືອຂ່າຍເຮັດທຸລະກໍາການນຳໃຊ້ບັດທະນາຄານຮ່ວມກັນ ຫຼື ນຳໃຊ້ຕູ້ ATM ຮ່ວມກັນ ໃນການຖອນເງິນສົດ, ກວດຍອດເງິນໃນບັນຊີຮ່ວມກັນໄດ້ 16 ທະນາຄານ ໃນນີ້,uທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ; ທະນາຄານ ພັດທະນາລາວ; ທະນາຄານ ຮ່ວມພັດທະນາ; ທະນາຄານ ສົ່ງເສີມກະສິກຳ; ທະນາຄານ ມາຣູຮານເຈແປນລາວ; ທະນາຄານ ຮ່ວມທຸລະກິດລາວ-ຫວຽດ; ທະນາຄານ ອຸດສະຫະກຳ ແລະ ການຄ້າ ຈີນ;ທະນາຄານ ແຫ່ງປະເທດຈີນ ຈຳກັດ; ທະນາຄານ ຫວຽດຕິນ ລາວ ຈຳກັດ; ທະນາຄານ ອິນໂດຈີນ ຈຳກັດ; ທະນາຄານ ເອຊີລີດາລາວ ຈຳກັດ; ທະນາຄານ ບີໄອຊີ ລາວ ຈຳກັດ; ທະນາຄານ ຊາຄອມແບັງ ລາວ; ທະນາຄານ ເອັສທີ ຈຳກັດ; ທະນາຄານ ພາບລິກ ສາຂານະຄອນຫຼວງ; ທະນາຄານກະສິກອນໄທ ສາຂານະຄອນຫຼວງ.

ສຳລັບການໂອນເງິນຂ້າມທະນາຄານໂດຍຜ່ານຕູ້ ATM ປະກອບມີ 10 ທະນາຄານທຸລະກິດຄື: ທະນາຄານພັດທະນາລາວ; ທະນາຄານສົ່ງເສີມກະສິກຳ; ທະນາຄານ ບີໄອຊີລາວ ຈໍາກັດ; ທະນາຄານ ຮ່ວມພັດທະນາ; ທະນາຄານ ມະຣູຮານ ເຈແປນ ລາວ; ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ; ທະນາຄານ ເອັສທີ ຈຳກັດ; ທະນາຄານ ຮ່ວມທຸລະກິດລາວ-ຫວຽດ; ທະນາຄານ ພາບລິກ ສາຂານະຄອນຫຼວງ; ທະນາຄານ ກະສິກອນໄທ ສາຂານະຄອນຫຼວງ.

ໃນດ້ານຜະລິດຕະພັນໃໝ່ລ້າສຸດທີ່ໄດ້ອອກໃຫ້ມວນຊົນໄດ້ເລີ່ມນຳໃຊ້ແຕ່ວັນທີ 08/12/2020 ແມ່ນການໂອນເງິນຂ້າມທະນາຄານເທິງມືຖື ໂດຍນຳໃຊ້ຮູບແບບສ້າງເປັນ QR Code ຮ່ວມກັນ ລະຫວ່າງ ທະນາຄານ ພັດທະນາລາວ ແລະ ທະນາຄານ ເອັສທີ ຈຳກັດ; ສ່ວນການໂອນເງິນເທີງມືຖືໂດຍນຳໃຊ້ຮູບແບບການໂອນ ບັນຊີຫາບັນຊີ ຫຼື ເອີ້ນວ່າ Account Fund transfer ແມ່ນແລ້ວ 5 ທະນາຄານ ຄື: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານຮ່ວມທຸລະກິດລາວ - ຫວຽດ, ທະນາຄານຮ່ວມພັດທະນາ ແລະ ທະນາຄານ ບີໄອຊີລາວ ຈຳກັດ ຊຶ່ງ ໃນນັ້ນ ທະນາຄານ ສົ່ງເສີມກະສິກຳ ແມ່ນກຳລັງດຳເນີນການ ແລະ ຄາດວ່າຈະໃຫ້ສຳເລັດ ໃນໄຕມາດທີ 1 ຂອງປີ 2021.

ທ່ານ ຫົງຄຳ ເພັດດາວົງ ຜູ້ອຳນວຍການ ບໍລິສັດ LAPNet ໄດ້ໃຫ້ຮູ້ວ່າ: “ໃນຕໍ່ໜ້າຈະໃຫ້ສາມາດຊຳລະຄ່າສິນຄ້າ ແລະ ຄ່າບໍລິການຕ່າງໆຢູ່ຮ້ານຄ້າໂດຍຜ່ານເຄື່ອງພີໂອເອສ, ຜ່ານ QR Code ຮ່ວມກັນໄດ້ຂອງບັນດາທະນາຄານທຸລະກິດ ແລະ ບໍລິສັດ Fintech ອື່ນທີ່ເປັນສະມາຊິກຂອງບໍລີສັດ LAPNet. ບໍລິສັດ LAPNet ຍັງໄດ້ຕັ້ງເປົ້າຜັນຂະຫຍາຍທຸລະກິດ ແລະ ວາງແຜນພັດທະນາລະບົບໂຄງລ່າງພື້ນຖານດ້ານການຊຳລະໃຫ້ມວນຊົນສາມາດເຮັດທຸລະກຳທາງການເງິນ ທີ່ທັນສະໄໝ, ປອດໄພ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.”