ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ ເດີນທາງໄປແລກປ່ຽນບົດຮຽນທາງດ້ານການໃຫ້ບໍລິການເງິນທີ່ປະເທດສິງກະໂປ

ໂພສເມື່ອ 6 months ago


ໃນລະຫວ່າງວັນທີ 26-29 ກັນຍາ 2023 ທີ່ຜ່ານມາ, ທ່ານ ນາງ ນີວະສອນ ຮອງຜູ້ອຳນວຍການ ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ (LAPNet) ພ້ອມດ້ວຍຄະນະຈາກບໍລິສັດ ໄດ້ເດີນທາງໄປແລກປ່ຽນບົດຮຽນຮ່ວມກັບບໍລິສັດ Network for Electronic Transfers Singapore PTE Ltd (NETS) ທີ່ປະເທດສິງກະໂປ.

ໂດຍການໄປແລກປ່ຽນບົດຮຽນໃນຄັ້ງນີ້  ແມ່ນເພື່ອເປັນການແລກປ່ຽນບົດຮຽນທາງດ້ານການໃຫ້ບໍລິການເງິນອີເລັກໂທຣນິກ ເພື່ອນຳມາເປັນບົດຮຽນໃຫ້ແກ່ບໍລິສັດ ໃນການພັດທະນາລະບົບການຊຳລະໃນອະນາຄົດ ໃຫ້ມີຄວາມສະດວກ ທັນສະໄຫມ ປອດໄພ ແລະ ຕົ້ນທຶນຕ່ຳ.