ພິທີລົງນາມໃນສັນຍາການຮ່ວມທຶນຂອງ ບໍລິສັດ ລາວ ເນເຊິນນໍ ເພເມັ້ນ ເນັດເວີກ ຈຳກັດ

ໂພສເມື່ອ 4 years ago


ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ ຫຼື LAPNet (Lao National Payment Network) ໄດ້ຈັດພິທີລົງນາມໃນສັນຍາການຮ່ວມທຶນ ຂອງບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ ໃນຕອນເຊົ້າວັນທີ 22/11/2019, ທີ່ໂຮງແຮມ ຄຣາວ ພລາຊ່າ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຕາງໜ້າຈາກກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບັນດາທະນາຄານຕາງໜ້າຈາກຜູ້ຖືຮຸ້ນ 9 ຝ່າຍ ທັງພາຍໃນ ແລະ ຕ່າງປະເທດ ພ້ອມທັງການເຂົ້າຮ່ວມເປັນສັກຂີພະຍານຂອງຕາງໜ້າຈາກບັນດາທະນາຄານທຸລະກິດ ພາຍໃນ ສປປ ລາວ.


ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ ໄດ້ສ້າງຕັ້ງຂຶ້ນພາຍໃຕ້ການຮ່ວມມື ຂອງ 9 ຜູ້ຖືຮຸ້ນ ອັນໄດ້ແກ່: ທະນາຄານ ແຫ່ງ ສປປ ລາວ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ບໍລິສັດ ຢູນຽນເພ ສາກົນ, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກຳ, ທະນາຄານຮ່ວມພັດທະນາ, ທະນາຄານຮ່ວມທຸລະກິດລາວ-ຫວຽດ, ທະນາຄານເອັສທີ ຈຳກັດ ແລະ ທະນາຄານ ບີໄອຊີ ລາວ ຈຳກັດ