ເດີນທາງໄປແລກປ່ຽນບົດຮຽນຮ່ວມກັບ ທະນາຄານແຫ່ງລັດຫວຽດນາມ, ບໍລິສັດ ຫຸ້ນສ່ວນຊໍາລະແຫ່ງຊາດຫວຽດນາມ (National Payment Corporation of Vietnam ຫຼື NAPAS)

ໂພສເມື່ອ 8 months ago


ໃນລະຫວ່າງວັນທີ 22-26 ສິງຫາ 2023, ທ່ານ ມະໂນລິດ ຊຸມພົນພັກດີ, ປະທານສະພາບໍລິຫານ ແລະ ທ່ານ ສີສະໝອນ ສຣິດທິຣາດ, ຜູ້ອຳນວຍການບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ (LAPNet) ໄດ້ນຳພາຄະນະຈາກບໍລິສັດເດີນທາງໄປແລກປ່ຽນບົດຮຽນຮ່ວມກັບ ທະນາຄານແຫ່ງລັດຫວຽດນາມ, ບໍລິສັດ ຫຸ້ນສ່ວນຊໍາລະແຫ່ງຊາດຫວຽດນາມ (National Payment Corporation of Vietnam ຫຼື NAPAS), ທະນາຄານ Joint Stock Commercial Bank for Investment and Development of Vietnam (BIDV) ແລະ ທະນາຄານ VietinBank Vietnam.

-------------------------------------------------------------------------- 

ໃນການໄປແລກປ່ຽນບົດຮຽນໃນຄັ້ງນີ້ແມ່ນເພື່ອ ກະກຽມຄວາມພ້ອມໃນການເປີດໃຫ້ບໍລິການລະບົບເຊື່ອມໂຍງລະບົບຊຳລະຜ່ານ QR Code ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ທີ່ຈະເປີດໃຫ້ບໍລິການໃນໄວໆນີ້.