ພິທີເຊັນສັນຍາແຕ່ງຕັ້ງທີ່ປຶກສາດ້ານການເງິນ ລະຫວ່າງ ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ ແລະ ບໍລິສັດ ຫຼັກຊັບ ລ້ານຊ້າງ ມະຫາຊົນ
ໂພສເມື່ອ 3 years ago
ໃນຕອນບ່າຍຂອງວັນທີ 14 ກໍລະກົດ 2021 ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ ໄດ້ຮ່ວມລົງນາມເຊັນສັນຍາແຕ່ງຕັ້ງ ທີ່ປຶກສາທາງການເງິນ ລະຫວ່າງ ບໍລິສັດ ລາວເນເຊິນນໍ ເພເມັ້ນເນັດເວີກ ຈຳກັດ ແລະ ບໍລິສັດ ຫຼັກຊັບ ລ້ານຊ້າງ ມະຫາຊົນ ໂດຍເປັນກຽດເຂົ້າຮ່ວມພິທີໃນຄັ້ງນີ້ມີ: ທ່ານ ສຸລິສັກ ທຳນຸວົງ ປະທານສະພາບໍລິຫານບໍລິສັດ LAPNet, ທ່ານ ວຽງຄຳ ວັນສີລາລົມ ປະທານສະພາບໍລິຫານ ບໍລິສັດ ຫຼັກຊັບລ້ານຊ້າງ ມະຫາຊົນ, ທ່ານ ຫົງຄຳ ເພັດດາວົງ ຜູ້ອຳນວຍການ ບໍລິສັດ LAPNet, ທ່ານ ອານຸກອນ ສຸທຳມະວົງ ຜູ້ອຳນວຍການ ບໍລິສັດ ຫຼັກຊັບລ້ານຊ້າງ ມະຫາຊົນ ນອກຈາກນັ້ນ ກໍ່ຍັງມີຄະນະອຳນວຍການ ແລະ ຄະນະພະແນກຂອງທັງສອງພາກສ່ວນເຂົ້າຮ່ວມ.
- ເປັນກຽດລົງນາມເຊັນສັນຍາແຕ່ງຕັ້ງທີ່ປຶກສາທາງການເງິນຄັ້ງນີ້ໂດຍ:
-
- ທ່ານ ຫົງຄຳ ເພັດດາວົງ ຜູ້ອຳນວຍການ ບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ
- ທ່ານ ອານຸກອນ ສຸທຳມະວົງ ຜູ້ອຳນວຍການ ບໍລິສັດ ຫຼັກຊັບລ້ານຊ້າງ ມະຫາຊົນ
ຈຸດປະສົງຂອງການລົງນາມເຊັນສັນຍາແຕ່ງຕັ້ງທີ່ປຶກສາທາງການເງິນໃນຄັ້ງນີ້ ແມ່ນເພື່ອ ປັບປຸງໂຄງສ້າງການດຳເນີນທຸລະກິດຂອງບໍລິສັດໃຫ້ເຂັ້ມແຂງ ໃນໄລຍະແຕ່ປີ 2021 ຫາ ປີ 2025.